'ຂ້າພະເຈົ້າໄດ້ແນມເບິ່ງຂະນະທີ່ລູກແກະຂອງພຣະເຈົ້າແກະຕາປະທັບດວງທຳອິດໃນຕາປະທັບທັງເຈັດອອກ. ແລ້ວຂ້າພະເຈົ້າໄດ້ຍິນໜຶ່ງໃນສິ່ງທີ່ມີຊີວິດທັງສີ່ກ່າວຂຶ້ນດ້ວຍສຽງເໝືອນສຽງຟ້າຮ້ອງວ່າ: “ມາເທາະ!” ຂ້າພະເຈົ້າໄດ້ແນມເບິ່ງ ແລະ ຢູ່ຕໍ່ໜ້າຂ້າພະເຈົ້ານັ້ນມີມ້າຂາວໂຕໜຶ່ງ! ຜູ້ຂີ່ມ້ານີ້ຖືທະນູ ແລະ ໄດ້ຮັບມົງກຸດ, ແລ້ວເພິ່ນໄດ້ຂີ່ມ້າອອກໄປຢ່າງຜູ້ມີໄຊທີ່ຕັ້ງໃຈອອກໄປເອົາຊະນະເສິກ. (ພຣະນິມິດ 6:1-2)
ມ້າຂາວ: ສີຂາວ ແມ່ນສັນຍາລັກທີ່ໝາຍເຖິງ ຄວາມບໍລິສຸດ ແລະມີຄວາມໝາຍທີ່ກ່ຽວຂ້ອງເຖິງພຣະເຢຊູ ແລະໄພ່ພົນຂອງພຣະອົງ ອິງຕາມ (ພະນິມິດ 3:4-5; 19:11). ມ້າຂາວ ກໍເປັນສັນຍາລັກຂອງຄວາມສັດທາອັນບໍລິສຸດຂອງຄຣິດຕະຈັກ ແລະຄວາມກະຕືລືລົ້ນໃນການເຜີຍແຜ່ຂ່າວປະເສີດໃນຍຸກອັກຄະສາວົກ.
ຖືທະນູ: ຜູ້ທີ່ຂີ່ມ້າຖືທະນູ ເປັນສັນຍາລັກທີ່ປະກົດໃນພຣະຄໍາພີເດີມ ວ່າພຣະເຈົ້າຊົງຂີ່ມ້າຖືທະນູເປັນພາບໄຊຊະນະເໜືອສັດຕູຂອງໄພ່ພົນຂອງພຣະເຈົ້າ (ເພງສັນລະເສີນ 45:4-5; ຮາບາກຸກ 3:8-13) ອິກຄວາມໝາຍໜຶ່ງຄືໄຊຊະນະໃນການເຜີຍແຜ່ຂ່າວປະເສີດພາຍໃຕ້ການຊີ້ນໍາຂອງພຣະເຢຊູ.
ມົງກຸດ: ໝາຍເຖິງມົງກຸດແຫ່ງໄຊຊະນະ ເຊິ່ງໝາຍເຖິງໄຊຊະນະຂອງພຣະເຢຊູ ແລະໄພ່ພົນຂອງພຣະອົງ ອິງຕາມ (ພະນິມິດ 2:10; 3:11; 14:14).
ພາບທີ່ພວກເຮົາເຫັນໃນສາກຂອງຕາປະທັບທີ່ 1 ແມ່ນພາບສັນຍາລັກ. ເປັນພາບທີ່ລະບາຍເຖິງການເຜີຍແຜ່ຂ່າວປະເສີດທີ່ເລີ່ມຕັ້ງແຕ່ ວັນປັດສະຄາ ປີ ຄ.ສ. 31 (ກິດຈະການ 2:41; 47; 4:4). ຕາມປະຫວັດສາດແລ້ວ ຍຸກນີ້ສອດຄ່ອງກັບຍຸກຂອງອັກຄະສາວົກ ໃນຄຣິດຕະຈັກເມືອງເອເຟໂຊ (ພະນິມິດ 2:1-7) (ປະມານປີ ຄ.ສ. 31-100) ໃນຊ່ວງເວລານີ້ ຂ່າວປະເສີດໄດ້ເຜີຍແຜ່ອອກໄປຢ່າງໄວວາ "ໄປສູ່ມວນມະນຸດທົ່ວໃຕ້ຟ້າ" (ໂກໂລຊາຍ 1:23).
ຕາປະທັບທີ່ 2: ມ້າສີແດງ (ການຂົ່ມເຫັງຄຣິດຕະຈັກຍຸກທໍາອິດ)
"ເມື່ອພຣະເມສານ້ອຍໄດ້ແກະຕາປະທັບດວງທີສອງ ແລ້ວຂ້າພະເຈົ້າໄດ້ຍິນສິ່ງທີ່ມີຊີວິດຕົນທີສອງຮ້ອງວ່າ, “ມາເທາະ!” ແລະມີມ້າສີແດງເຂັ້ມ (ໃນພາສາອັງກິດ ມ້າໄຟສີແດງ) ໂຕໜຶ່ງອີກອອກມາ ຜູ້ທີ່ຂີ່ມ້າໂຕນີ້ໄດ້ຮັບຣິດອຳນາດໃຫ້ນຳສັນຕິສຸກໄປຈາກແຜ່ນດິນໂລກ ເພື່ອໃຫ້ມະນຸດທັງປວງສູ້ຮົບ ຂ້າຟັນກັນ ແລະທັງໄດ້ຮັບດາບໃຫຍ່ດວງໜຶ່ງ". (ພຣະນິມິດ 6:3-4)
ສີແດງ: ແມ່ນສີຂອງເລືອດ ແລະມັນສອດຄ່ອງກັບພັນທະກິດຂອງມ້າໂຕນີ້ ຄືການເຮັດສົງຄາມ ແລະຂ້າຟັນກັນ.
ສັນຕິສຸກ: ສັນຕິສຸກຂອງຂ່າວປະເສີດ (ພະນິມິດ 1:4)
ຂ້າຟັນກັນ: ສົງຄາມກາງເມືອງ, ສໍາລັບການຕິຄວາມໝາຍສົງຄາມກາງເມືອງຕາມຄວາມໝາຍຂອງຂ່າວປະເສີດ ອ່ານເພີ່ມໃນ (ມທ 10:34-36; ລກ 12:49-51) ການປະຕິເສດຂ່າວປະເສີດກໍ່ໃຫ້ເກີດຄວາມຂັດແຍ້ງ, ການຂົ່ມເຫັງ ແລະຄວາມສັບສົນ.
ດາບໃຫຍ່: ຜູ້ຂີ່ມ້ານີ້ມີດາບ ແລະ ໄດ້ຮັບອະນຸຍາດໃຫ້ເອົາສັນຕິພາບອອກຈາກແຜ່ນດີໂລກນີ້. ດັ່ງນັ້ນ,ປະຊາຊົນຈຶ່ງມີການຂ້າຟັນກັນ. ຄວາມໝາຍຄໍາວ່າ "ຂ້າຟັນກັນ" ໃນພາສາກຼິກ ມາຈາກຄໍາວ່າ ສຟາໂຊ "σφάζω" ໃນບໍລິບົດຂອງພຣະຄໍາພະນິມິດ ໝາຍເຖິງການຕາຍຂອງພຣະເຢຊູຄຣິດ (ພະນິມິດ 5:6) ແລະໄພ່ພົນຂອງພຣະອງເພາະພວກເຂົາເປັນພະຍານເຖິງຂ່າວປະເສີດ (ພະນິມິດ 6:9; 18:24). ຜູ້ຂີ່ມ້າທີ່ ໂຢຮັນເຫັນໃນນິມິດບໍ່ໄດ້ລົງມືຂ້າດ້ວຍຕົວເອງ, ຫຼື ບໍ່ໄດ້ຖຶກໃສ່ຮ້າຍວ່າເປັນຜູ້ຂ້າຄົນ ແຕ່ລາວເອົາຄວາມສະຫງົບສຸກອອກຈາກແຜ່ນດີນໂລກໝາຍເຖິງການທີ່ລາວອະນຸຍາດໃຫ້ເກີດສົງຄາມ, ເຊິ່ງສົ່ງຜົນເຮັດໃຫ້ຜູ້ຄົນຂ້າຟັນກັນ.
ຕາປະທັບນີ້ກວມເອົາຊ່ວງໄລ່ສະຕະວັດທີ່ 2 ແລະ 3 ເມື່ອຈັກກະພັດໂຣມຂົ່ມເຫັງຄຣິດສະຕຽນຢ່າງຮຸນແຮງ. ຈາກເຈົ້າຈັກກະພັດ ເນໂຣ (Nero) ໃນສະຕະວັດທີ່ 1 ໄປຫາ ເຈົ້າຈັກກະພັດ ໄດໂອຄຼີຊຽນ (Diocletian) ປາຍສະຕະວັດທີ່ 3. ອັກຄະສາວົກຂອງພຣະເຢຊູລວມທັງຄຣິດສະຕຽນຫຼາຍພັນຄົນຖຶກຂ້າເພາະຄວາມເຊື່ອສັດທາຂອງພວກເຂົາທີ່ມີຕໍ່ພຣະເຢຊູ.
ມ້າໄຟສີແດງ ໝາຍເຖີງຄຣິດຕະຈັກທີ່ຢູ່ພາຍໃຕ້ການໂຈມຕີ ແລະ ເປື້ອນເລືອດຂອງຜູ້ຂົ່ມເຫັງ. ມ້າຂາວໂຕທີ່ໜຶ່ງໝາຍເຖິງພຣະເຢຊູ ທີ່ພຣະອົງເຮັດສົງຄາມຝ່າຍຈິດວິນຍານໂດຍຜ່ານການເທດສະໜາປະກາດຂ່າວປະເສີດ. ເຖິງຢ່າງໃດກໍຕາມ, ລິດອໍານາດຂອງຄວາມຊົ່ວຮ້າຍຕໍ່ຕ້ານຢ່າງແຮງກ້າ ຈຶ່ງເຮັດໃຫ້ມີການຂົ່ມເຫັງເປັນໄລຍະໆ (ມທ 10:34). ສະນັ້ນ, ຕາປະທັບທີ່ 2 ນີ້ສອດຄ່ອງກັບສະໄໝຂອງຄຣິດຕະຈັກ ເມືອງຊະມີນາ (ພນ 2:8-11).
'ເມື່ອພຣະເມສານ້ອຍໄດ້ແກະຕາປະທັບດວງທີສາມນັ້ນແລ້ວ ຂ້າພະເຈົ້າໄດ້ຍິນສິ່ງທີ່ມີຊີວິດຕົນທີສາມຮ້ອງວ່າ, “ມາເທາະ!” ເມື່ອຂ້າພະເຈົ້າຫລຽວເບິ່ງ ກໍເຫັນມ້າສີດຳໂຕໜຶ່ງອອກມາ ຜູ້ຂີ່ມ້າໂຕນີ້ຖືຄັນຊັ່ງ. ຂ້າພະເຈົ້າໄດ້ຍິນສຽງດັງມາຈາກທ່າມກາງສິ່ງທີ່ມີຊີວິດທັງສີ່ນັ້ນຮ້ອງວ່າ, “ເຂົ້າສາລີໜຶ່ງລິດ (ກິໂລ)ຕໍ່ແຮງງານມື້ໜຶ່ງ ແລະເຂົ້າບາເລສາມລິດ (ກິໂລ) ຕໍ່ແຮງງານມື້ໜຶ່ງ ແຕ່ຢ່າທຳລາຍນໍ້າມັນແລະເຫຼົ້າອະງຸ່ນ.” (ພຣະນິມິດ 6:5-6)
ສິດໍາ: ເປັນສີກົງກັນຂ້າມກັບສີຂາວ, ສີດໍາສະແດງເຖິງການຂາດແສງແຫ່ງຄວາມຈິງ ເຊິ່ງແຕກຕ່າງຈາກກັບຄວາມບໍລິສຸດຂອງມ້າຂາວ. ສີດໍາຍັງໝາຍເຖິງຄວາມໂສກເສົ້າ ແລະ ການຂາດແຄນ.
ຄັນຊັ່ງ ແລະຄວາມຂາດແຄນເຂົ້າສາລີ: ບົ່ງບອກເຖິງຄວາມອົດຢາກໃນພຣະວາຈະນະ (ຄໍາສອນ) ຂອງພຣະເຈົ້າ. ໃນພຣະຄໍາພີ "ເຂົ້າຈີ່" ຫຼື "ເມັດເຂົ້າສາລີ -ເມັດພືດ" ເປັນສັນຍາລັກທີ່ໝາຍເຖິງພຣະວາຈະນະຂອງພຣະເຈົ້າ (ລູກາ 8:11). ໃນນີ້ເຫັນວ່າມີການຊັ່ງເຂົ້າສາລີ ຢ່າງລະມັດລະວັງ ສະແດງໃຫ້ເຫັນວ່າມີນ້ອຍ (ລະບຽບພວກເລວີ 26:26; ເອເຊກຽນ 4:16).
ໜຶ່ງລິດ ຫຼືໜຶ່ງກິໂລ: ເປັນປະລິມານຂອງຈໍານວນເຂົ້າສາລີທີ່ພໍສໍາລັບ ໜຶ່ງຄົນກິນໃນໜຶ່ງມື້. ວິທີການຕວງຊັ່ງລາຄາໃນນີ້ເຮັດໃຫ້ພວກເຮົາເຫັນວ່າ ຜູ້ຄົນຕ້ອງໄດ້ເຮັດວຽກໝົດມື້ເພື່ອທີ່ຈະໄດ້ຮັບຄ່າແຮງງານທີ່ພໍພຽງແຕ່ລ້ຽງອາຫານສໍາຄົນດຽວ. ນີ້ສະແດງໃຫ້ເຫັນວ່າມີໄພອຶດຫິວ. ໃນໝູມມອງຂອງຂ່າວປະເສີດ, ນີ້ອາດເປັນໄພອຶດຫິວສໍາລັບພຣະວາຈະນະຂອງພຣະເຈົ້າ ອິງຕາມ(ອາໂມດ 8:11).
ທ່ານ ຢູໄຣ ສມິດ ຜູ້ທີ່ເປັນນັກວິຊາການ ແລະຜູ້ທີ່ມີສ່ວນຮ່ວມໃນການກໍ່ຕັ້ງຄຣິດຕະຈັກເຊເວນເດແອັດເວັນຕິດສ ໄດ້ອະທິບາຍຊ່ວງເວລານີ້ວ່າ ເປັນຊ່ວງເວລາທີ່ຄຣິດຕະຈັກ "ໄດ້ຮັບອໍານາດທາງການເມືອງ" ມີການປະນິປະນອມຄໍາສອນ ແລະ "ເກິດການບຽດບ່ຽນຄັ້ງໃຫຍ່ຈາກຄວາມຈິງຂອງຂ່າວປະເສີດອັນບໍລິສຸດ". ຢ່າງໃດກໍຕາມ, ຄໍາສັ່ງທີ່ວ່າ "ຢ່າທຳລາຍນໍ້າມັນແລະເຫຼົ້າອະງຸ່ນ" ເປັນເຄື່ອງໝາຍແຫ່ງພຣະຄຸນຂອງພຣະເຈົ້າ. ນໍ້າມັນເປັນສັນຍາລັກຂອງພຣະວິນຍານບໍລິສຸດ (1ຊາມູເອນ 16:12-13; ລູກາ 4:18; ກິດຈະການ 10:38) ແລະ ເຫຼົ້າອະງຸ່ນ ເປັນສັນຍາລັກຂອງພຣະໂລຫິດ (ເລືອດ) ຂອງພຣະເຢຊູຄຣິດ ຫຼື ການໄຖ່ໃຫ້ລອດພົ້ນຂອງພຣະອົງ (ມັດທາຍ 26:27-29; 1ໂກຣິນໂທ 11:25).
ຖ້າທຽບໃສ່ປະຫວັດສາດແລ້ວ ຕາປະທັບ ທີ່ສາມນີ້ເໝາະສົມທີ່ຈະສອດຄ່ອງກັບຍຸດສະໄໝຂອງຄຣິດຕະຈັກ ເມືອງເປຄາໂມ (ພະນິມິດ 2:12-17) ເຊິ່ງເປັນຕົວແທນປະຫວັດສາດຄຣິດສະຕຽນ ລະຫວ່າງ ສະຕະວັດທີ່ 4-6 ເປັນຊ່ວງເວລາທີ່ເຕັມໄປດ້ວຍຄວາມອົດຢາກທາງຈິດວິນຍານຂອງພຣະເຈົ້າ. ເຖິງແມ່ນວ່າມີໄພອືດຫິວໃນພຣະວາຈະນະຂອງພຣະເຈົ້າ, ພຣະວິນຍານບໍລິສຸດຍັງຄົງເຮັດວຽກ ແລະຄວາມລອດພົ້ນຍັງຄົງມີໄວ້ສໍາລັບທຸກຄົນທີ່ສະແຫວງຫາມັນ.
'ເມື່ອພຣະເມສານ້ອຍໄດ້ແກະຕາປະທັບດວງທີສີ່ ແລະຂ້າພະເຈົ້າໄດ້ຍິນສິ່ງທີ່ມີຊີວິດຕົນທີສີ່ຮ້ອງວ່າ, “ມາເທາະ!” ຂ້າພະເຈົ້າຫລຽວເບິ່ງກໍເຫັນມ້າສີຂຽວອ່ອນ (ມ້າມີຜິວໜັງຈຶດ) ໂຕໜຶ່ງອອກມາ ຜູ້ຂີ່ມ້າໂຕນີ້ຊື່ວ່າ ມັດຈຸຣາດ (ຄວາມຕາຍ) ແລະ ແດນມໍຣະນາ (ນາລົກ) ກໍຕິດຕາມມານຳ. ເຂົາທັງສອງໄດ້ຮັບສິດອຳນາດເໜືອແຜ່ນດິນໂລກ ໜຶ່ງສ່ວນສີ່ ເພື່ອໃຫ້ທຳລາຍດ້ວຍດາບ ດ້ວຍຄວາມອຶດຢາກ ດ້ວຍພະຍາດໂຣຄາ ແລະດ້ວຍສັດປ່າໃນແຜ່ນດິນໂລກ (ພຣະນິມິດ 6:7-8).
ສີຈືດ ຫຼື ສີຂຽວອ່ອນ: ເປັນສີຜິວຂອງຄົນຕາຍ. ໃນພາສາກຼິກ ຄໍາວ່າ ໂຄຼຣໍສ "χλωρός" ໝາຍເຖິງສີເທົາ ກໍເປັນສີຂອງສົບຄົນຕາຍ ແລະສີເທົາກໍຍັງບົ່ງບອກວ່າຄຣິດຕະຈັກຢູ່ໃນສະພາບເຊື່ອມຊົມທາງຈິດວິນຍານ ຫຼືເກືອບຈະຕາຍແລ້ວ.
ຄວາມຕາຍ ແລະ ແດນມໍຣະນາ: ສອດຄ່ອງກັບ ຄໍາວ່າ ກຸມຝັງສົບ ຕາມ (ໂຢບ 17:13; ຍອດເພງ 8:6). ຜູ້ທີ່ມີຊື່ວ່າ ຄວາມຕາຍ ແລະ ແດນມໍຣະນາ (ກຸມຝັງສົບ, ກຸມຝັງຄົນຕາຍ) ຕາມມາຢ່າງຕິດໆ ພວກເຂົາໄດ້ຮັບອໍານາດເໜືອແຜ່ນດີນໂລກ ໜຶ່ງສ່ວນສີ່ ເພື່ດໃຫ້ທໍາລາຍດ້ວຍດາບ ດ້ວຍຄວາມອຶດຫິວ ດ້ວຍໂຣກລະບາດ (ຄວາມຕາຍ) ແລະດ້ວຍສັດປ່າ.
ມ້າຈຶດເປັນຕົວແທນຂອງຈຸດສູງສຸດຂອງການປະຖີ້ມຄວາມເຊື່ອຂອງຄຣິດຕະຈັກ ແລະໝາຍເຖິງຄວາມຕາຍຝ່າຍຈິດວິນຍານໃນຍຸກກາງ ຫຼືເອີ້ນອິກຊື່ໜຶ່ງວ່າຍຸກມືດ ເພາະເປັນຍຸກທີ່ຜູ້ຄົນບໍ່ສາມາດເຂົ້າເຖິງພຣະຄໍາພີ, ຄວາມຈິງຖຶກປິດບັງເປັນສ່ວນໃຫຍ່ ແລະຄວາມເຊື່ອມເສຍໄດ້ຄອບຫງໍາສາສະໜາຄຣິດສ. ເປັນຊ່ວງໄລຍະເວລາທີ່ຍາວນານທີ່ສຸດ (ປະມານ ປີ ຄ.ສ. 538 ຫາປີ ຄ.ສ. 1517). ຕາປະທັບ ຮູບມ້າສີຈືດຈາງເປັນສ່ວນສໍາຄັນຊອງຊ່ວງໄລຍະເວລາແຫ່ງການກົດຂີ່ຂົ່ມເຫັງທີ່ທໍານາຍໄວ້. ຕາປະທັບທີ່ສີ່ນີ້ສອດຄ່ອງກັບຄຣິດຕະຈັກເມືອງ ທົວເຕຣາ (ພະນິມິດ 2:18-29) ເຊິ່ງເປັນຍຸກທີ່ສັນຕະປາປາ ມີອໍານາດສູງສຸດ ແລະມີການປະຖີ້ມຄວາມເຊື່ອຢ່າງຮຸນແຮງ, ເປັນຊ່ວງເວລາແຫ່ງການຂົ່ມເຫັງຢ່າງຮຸນແຮງ (ໄພ່ພົນທີ່ຊື່ສັດຂອງພຣະເຈົ້າຖຶກຂ້າເປັນນໍານວນຫຼາຍ) ຄວາມເຊື່ອມເສຍທາງຫຼັກຄໍາສອນ. ເຫດການນີ້ເປັນການປູທາງໄປສູ່ການປະຕິຮູບທາງສາສະໜາ ທີ່ຈະອະທິບາຍລາຍລະອຽດໃນຕາປະທັບຕໍ່ໄປ.